ໄດ້ມີລາຍງານຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານແຜ່ນດິນໄຫວຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດໃນຂອບເຂດທົ່ວປະເທດ ໃນວັນທີ 07 ກໍລະກົດ 2021, ໄດ້ລາຍງານວ່າ ໄດ້ມີການເກີດແຜ່ນດິນໄຫວພາຍໃນປະເທດລາວ ເວລາ 13:4 ໂມງ ຂອງໂມງທ້ອງຖິ່ນ.
ໄດ້ພົບສັນຍານການເກີດແຜ່ນດິນໄຫວ ຈໍານວນ 01 ຄັ້ງ ໃນບໍລິເວນ ແຂວງໄຊຍະບູລີ ຈຸດສູນກາງເສັ້ນຂະໜານທີ 19.68 ອົງສາເໜືອ ແລະ ເສັ້ນແວງທີ 101.15 ອົງສາຕາເວັນອອກ ດ້ວຍຄວາມແຮງສັ່ນສະເທືອນວັດແທກໄດ້ 4.9 ຣີກເຕີ ມີຄວາມເລິກຫ່າງຈາກເທິງໜ້າດິນປະມານ 15 ກິໂລແມັດ.
https://doodido.com/%e0%bb%80%e0%ba%81%e0%ba%b5%e0%ba%94%e2%80%8b%e0%bb%80%e0%ba%ab%e0%ba%94%e0%bb%81%e0%ba%9c%e0%bb%88%e0%ba%99%e0%ba%94%e0%ba%b4%e0%ba%99%e0%bb%84%e0%ba%ab%e0%ba%a7%e0%ba%ae%e0%ba%b8%e0%ba%99%e2%80%8b/
|